"Southeast Asia one click away"

Menu

ແຜ່ນແພ ວັດທະນະທັມອັນຊົງຄຸນຄ່າຂອງລາວ

ແຜ່ນແພ ວັດທະນະທັມອັນຊົງຄຸນຄ່າຂອງລາວ

ເມື່ອອອກໄປຢາມນອກຕົວເມືອງບໍ່ໄກປານໃດຂອງຊົນນະບົດລາວຂ້ອຍກໍ່ໄດ້ພົບແຕ່ສິ່ງຕື່ນຕາຕື່ນໃຈຫຼາຍຢ່າງ, ທັງສັດລ້ຽງຍ່າງຢັງຢາຍຕາມເດີ່ນບ້ານໄປມາໃນຂະນະທີ່ຄົນທ້ອງຖີ່ນກໍ່ດໍາລົງຊີວິດທໍາມາຫາກິນດ້ວຍກິດຈະວັດປະຈໍາວັນຕ່າງໆເຊັນ: ປຸງແຕ່ງອາຫານການກີນ ແລະ ບົວລະບັດທົ່ງໄຮທົ່ງນາ. ແຕ່ຢ່າງໃດກໍ່ຕາມ, ສໍາລັບແມ່ຍິງແລ້ວ, ບໍ່ວ່າຈະເປັນຊົນເຜົ່າໃດສີມືການຕ່ຳແຜ່ນແພລ້ວນແລ້ວແຕ່ມີຄວາມເປັນເອກະລັກຂອງໃຜລາວ. 

ແມ່ຍິງນັບວ່າເປັນຜູ້ຖັກທໍຫຼັກໃນການຕໍ່າແຜ່ນແພດ້ວຍມືເຊີ່ງໃຊ້ສໍາລັບຕັດເຄື່ອງນຸ່ງຫ່ົມ, ເຄື່ອງໃຊ້ສອຍຕ່າງໆ ແລະ ເຄື່ອງບັນນາການ ທີ່ ນໍາ ໃຊ້ ເຂົ້າ ໃນ ພິທີ ທ້ອງ ຖີ່ ນຕ່າງໆ. ຄວາມຮູ້ຕ່າງໆທີ່ສະສົມໄວ້ໃນເມື່ອກ່ອນແມ່ນສົ່ງຕໍ່ຈາກຮຸ້ນຫຼັງສູ່ຊາວໜຸ່ມຮຸ້ນໃໝ່ສ່ວນຫຼາຍແລ້ວແມ່ນເດັກຍິງທີ່ຈະຮຽນຮູ້ດ້ວຍການສັງເກດ ແລະ ເບີ່ງຈາກປະຊາຊົນໃນບ້ານຊ່ວຍກັນຕໍ່າແພ ແລະ ວິທີການຕ່າງໆໃນການຜະລິດຜືນຜ້າ. ແຜ່ນແພແບບເກົ່າໂບຮານແມ່ນເຈາະຈົງທີ່ສີສັນ, ລັກສະນະ ແລະ ຮູບຮ່າງຂອງລວດລາຍຂອງຜູ້ຕໍ່າຜ້າເອງເຊິ່ງສະທ້ອນໃຫ້ເຫັນເຖິງຄວາມແຕກຕ່າງກັນຂອງແຕ່ລະຊົນເຜົ່າ.

ແຕ່ກ່ອນ, ຜູ້ຄົນໃນສັງຄົມສາມາດບອກໄດ້ວ່າແມ່ຍິງທີ່ຈະເປັນພັນລະຍາທີ່ດີ ແລະ ແມ່ທີ່ດີໄດ້ອີງຈາກສີໄມ້ລາຍມືໃນການຕໍາຜືນຜ້າຊຶ່ງມັນສະແດງໃຫ້ເຫັນເຖິງຄວາມມານະອົດທົນ ແລະ ຄວາມຂະຫຍັນໝັ່ນພຽນທີ່ຕ້ອງປະຕິບັດເພື່ອສາມາດຜະລິດໄດ້ແຜ່ນແພທີ່ສວຍງາມລະອຽດອ່ອນ. ຍ້ອນແນວນີ້ເອງໃນໄລຍະເທສະການ ຫຼື ພິທີໃນທ້ອງຖີ່ນຕ່າງໆ, ຍິງສາວທີ່ຍັງບໍ່ທັນໄດ້ສ້າງຄອບຄົວມັກຈະເອົາແຜ່ນແພທີ່ຕົນຖັກທໍຕ່ຳເອງອອກມາວາງສະແດງໃຫ້ຄົນໄດ້ມາຊື່ນຊົມເຖິງສີໄມ້ລາຍມືຂອງຕົນ. ພວກເຂົາຍັງຕ້ອງໄດ້ຕໍ່າຜ້າປະດັບອັນລະອຽດອ່ອນ ແລະ ສະສົມຜືນຜ້າເພື່ອກຽມໃຊ້ສໍາລັບງານແຕ່ງດອງຂອງພວກເຂົາເອງໃນອະນາຄົດໃນຖານະພັນລະຍາ ແລະ ແມ່ເພື່ອມອບເປັນຂອງຂັວນອັນຊົງຄຸນຄ່າແກ່ຄົນຮັກ. 

ທີ່ຜ່ານມາແມ່ຍິງຈະເປັນຜູ່ສັນຫາວັດຖຸດິບຕ່າງໆເພື່ອນໍາໃຊ້ເຂົ້າໃນການຕໍ່າຜ້າ. ນັບແຕ່ຂັ້ນຕອນທໍາອິດໃນການເກັບຝ້າຍ ແລະ ຕາມດ້ວຍການປັ່ນຝ້າຍ. ຊົນເຜົ່າມົ້ງຈະປູກໄໝປ່ານ, ສ່ວນຊົນເຜົ່າລາວ ແລະ ໄຕຈະນິຍົມລ້ຽງມ້ອນເພື່ອໃຫ້ໄດ້ໄໝມ້ອນ. ຜ້າໄໝບາງຊະນິດແມ່ນຈະຖືກແລກປ່ຽນກັນລະຫວ່າງຊົນເຜົ່າທີ່ບໍ່ເຄີຍມີການປູກມອນລ້ຽງມ້ອນເຊັ່ນ ຊົນເຜົ່າມົ້ງ ແລະ ມຽນ. ນອກຈາກນັ້ນ, ຜູ້ຖັກທໍຍັງປູກວັດຖຸດິບນໍາໃຊ້ເຂົ້າໃນການຍ້ອມຜ້າແບບທໍາມະຊາດອີກດ້ວຍ.

ມາໃນປັດຈຸບັນ, ທັງໄໝ ແລະ ຜືນຜ້າປະເພດຕ່າງໆແມ່ນມີຂາຍຢ່າງຫຼວງຫຼາຍຕາມທ້ອງຕະຫຼາດເຂົ້າມາປ່ຽນແທນຜ້າແບບທໍາມະຊາດເພາະລາຄາທີ່ຖືກກ່ວາ ແລະ ຫຼຸດແຮງງານຕໍ່າຜ້າລົງ. ຊຸດນຸ່ງຫົ່ມຕາມປະເພນີຂອງແມ່ຍິງລາວສ່ວນຫຼາຍແມ່ນຄ້າຍຄືກັນໂດຍສະເພາະແມ່ນສີ້ນ, ແຕ່ລວດລາຍ ແລະ ເນື້ອຜ້າແມ່ນມີຄວາມເປັນເອກະລັກຂອງໃຜມັນ. ສໍາລັບກຸ່ມຊົນເຜົ່າໄຕ, ສີ້ນຈະປະກອບດ້ວຍສາມພາກສ່ວນຫຼັກຄື: ຫົວສີ້ນ, ຜືນສີ້ນ ແລະ ຕີນສີ້ນ. ສີ້ນທີ່ເປັນ ເອກະ ລັກຂອງຊົນເຜົ່າໄທລື້ແມ່ນຂອບຜ້າຈະເປັນສີຟ້າເຂັ້ມ ຫຼື ສີດໍາ. ຕົວຢ່າງເຊັ່ນ ຕີນສີ້ນທີ່ໃຊ້ນຸ່ງໃນພິທີສໍາຄັນຂອງລາວແລະໄທພວນແມ່ນຕົກແຕ່ງດ້ວຍລວດລາຍຕໍ່າສີ້ນທີ່ສວຍງາມ. ນອກນັ້ນ, ຍັງມີປະເພດຜ້າໂສ້ງທີ່ແມ່ຍິງຊົນເຜົ່າມົ້ງຂາວນຸ່ງ ແລະ ປະເພດກະໂປ່ງຂາວທີ່ຊົນເຜົ່າມົ້ງອື່ນໆລວມທັງຊົນເຜົ່າອາຄາທີ່ນິຍົມໃຊ້ກັນ. ກະໂປ່ງຂອງຊົນເຜົ່າມົ້ງແມ່ນເຮັດຈາກຝ້າຍປ່ານແຕ່ຂອງເຜົ່າອາຄ່າແມ່ນເຮັດຈາກຝ້າຍທົ່ວໄປ.

 

ແມ່ຍິງທີ່ຈະເປັນພັນລະຍາທີ່ດີ ແລະ ແມ່ທີ່ດີໄດ້ອີງຈາກສີໄມ້ລາຍມືໃນການຕໍາຜືນຜ້າຊຶ່ງມັນສະແດງໃຫ້ເຫັນເຖິງຄວາມມານະອົດທົນ ແລະ ຄວາມຂະຫຍັນໝັ່ນພຽນ

ເຄື່ອງປະດັບຫົວກໍ່ແມ່ນສິ່ງໜຶ່ງທີ່ແມ່ຍິງແຕ່ສະໄໝກ່ອນນິຍົມໃສ່ແຕ່ປະເພນີນີ້ ແມ່ນ ນັບມື້ນັບຫຼຸດໜ້ອຍຖອຍລົງ. ວິທີການພັບ ແລະ ສວມໃສ່ຜ້າພັນຫົວເປັນການບອກເຖິງສະຖານະຂອງແມ່ຍິງທັງເປັນການບອກເຖິງເຊື້ອຊາດ ແລະ ສະຖານທີ່ຕັ້ງຂອງຊົນເຜົ່າ. ແມ່ຍິງເຜົ່າມົ້ງສ່ວນຫຼາຍໄດ້ຜ້າພັນຫົວຈາກຊົນເຜົ່າໃກ້ຄຽງເຊັ່ນ ຊົນເຜົ່າມຽນ, ໄທດໍາ ຫຼື ໄທພວນ. ເຜົ່າລາວ ແລະ ໄຕແມ່ນນິຍົມນໍາໃຊ້ຜ້າແພຕໍ່າເປັນແພປົກບ່າ, ຜ້າບ່ຽງ ແລະ ຜ້າຕຸ້ມ. ນອກນັ້ນ, ຜ້າແພນີ້ຍັງໃຊ້ເປັນຜ້າປະດັບເຊັ່ນເຮັດເປັນສາຍແອວ ແລະ ຜູກອູ້ມລູກນ້ອຍກໍ່ໄດ້.

ແຜ່ນແພຖັກທໍທີ່ແມ່ຍິງນໍາໃຊ້ສ່ວນຫຼາຍແມ່ນຈະຖືກຕົກແຕ່ງລວດລາຍຢ່າງສວຍງາມຫຼາຍແບບເມື່ອທຽບກັບຜືນຜ້າທີ່ທ່ານຊາຍນໍາໃຊ້. ສໍາລັບເຄື່ອງນຸ່ງຖືຂອງທ່ານຊາຍຈະເນັ້ນທີ່ເສື້ອແຂນຍາວສຸພາບ ແລະ ໂສ້ງແບບໂຕງລວດລາຍຕາກະໂລຫຼື ລາຍດຽວກັນກັບຜ້າບ່ຽງ. ສໍາລັບງານດອງເຈົ້າບ່າວບາງຄົນຈະນຸ່ງໂສ້ງແບບເປັນຜ້າຍາວພັນອ້ອມແອວ.

ໃນສະໄໝກ່ອນ, ຜູ້ເຖົ້າຜູ້ແກ່ເພິ່ນຈະນຸ່ງຜ້າໄໝທຸກມື້ແຕ່ມາປັດຈຸບັນຜ້າໄໝລາຄາແພງນີ້ຈະຖືກນໍາອອກມານໍາໃຊ້ໃນງານສໍາຄັນຕ່າງໆເທົ່ານັ້ນ. ຜ້າໄໝລາວແມ່ນນັບວ່າລືຊື່ໃນເວທີນາໆຊາດເພາະມີຄວາມເປັນເອກະລັກທີ່ສວຍງາມຢາດຍ້ອຍໂດຍສະເພາະລວດລາຍທີ່ຕໍ່າດ້ວຍສີໄມ້ລາຍມືຂອງເສັ້ນໄໝເທື່ອສະເສັ້ນຈົນກາຍມາເປັນລວດລາຍຂອງຜືນຜ້າລາວ.

ນັບຕັ້ງແຕ່ການເປີດກ້ວາງຕະຫຼາດໃນຊຸມປີ 1980 ເປັນຕົ້ນມາ, ການຄ້າຂາຍຜ້າຖັກທໍກໍຄ່ອຍໆຂະຫຍາຍຕົວເຮັດໃຫ້ນັກທໍຜ້າທັງຫຼາຍລືມເຖິງຄວາມເປັນເອກະລັກ ແລະ ພຽງຜະລິດຜືນຜ້າຕາມຄວາມຕ້ອງການຂອງຕະຫຼາດເທົ່ານັ້ນ. ແມ່ຍິງຈາກບາງກຸ່ມຊົນເຜົ່າທີ່ບໍ່ເຄີຍຕ່ຳຜ້າຫຼື ເຄີຍໃຊ້ພຽງເຄື່ອງທໍຜ້າຂະໜາດນ້ອຍແບບສາຍດຶງເຊັ່ນ ເຜົ່າຂະມຸ ແລະ ມົ້ງແມ່ນເລີ່ມໃຊ້ເຄື່ອງຕໍ່າຜ້າເປັນໂຄງເພາະສ່ວນຫຼາຍສາມາດຂາຍໄດ້ທຸກບ່ອນ. ນີ້ຈຶ່ງເຮັດໃຫ້ຜ້າແພບາງຊະນິດມີການແພ່ຫຼາຍແຕ່ຜ້າຕໍ່າເປັນປະເພດອື່ນທີ່ເປັນເອກະລັກພັດຄ່ອຍໆຫຼຸດລົງ ແລະ ຫາຍໄປ. ຜ້າແພທີ່ເຄີຍໃຊ້ເປັນເຄື່ອງໃຊ້ສອຍໃນເຮືອນກໍຖືກປ່ຽນແທນຈາກເຄື່ອງອຸປະກອນຈາກໂຮງຈັກໂຮງງານຍ້ອນລາຄາທີ່ຖືກກ່ວາ, ທັງເຄື່ອງນຸ່ງຫົ່ມກໍ່ມີລັກສະນະຊອດກະຈາເຮັດໃຫ້ຜ້າແພທ້ອງຖີ່ນບາງຊະນິດຄ່ອຍໆສູນຫາຍໄປ. ຕົວຢ່າງເຊັ່ນໃນກໍລະນີຂອງການນໍາໃຊ້ໄໝປ່ານຂອງຊົນເຜົ່າມົ້ງໃນສະໄໝກ່ອນແຕ່ດຽວນີ້ແມ່ນຫຼຸດໜ້ອຍລົງເພາະພາກັນຫັນໄປນິຍົມໃຊ້ຜ້າທີ່ຫາຊື້ໄດ້ຈາກທ້ອງຕະຫຼາດມາຕັດເປັນຊຸດຊົນເຜົ່າແທນ.

 

ການປູກມອນລ້ຽງມ້ອນ, ການເກັບກ່ຽວຝ້າຍ ແລະ ປູກໄໝປ່ານໃນລາວມາໃນປັດຈຸບັນແມ່ນກໍງລັງຈະຫາຍສາບສູນໄປ, ແຕ່ຢ່າງໃດກໍ່ຕາມ, ການນຸ່ງຖືແຜ່ນແພຍັງເປັນວັດທະນະທັມປະເພນີອັນເປັນເອກະລັກໂດດເດັ່ນຂອງຊາດ ແລະ ສິ່ງນີ້ເອງທີ່ຄູ່ຄວນແກ່ການຮັກສາໄວ້, ແນ່ນອນວ່າບັນດາຜູ້ຜະລິດກໍ່ຕ້ອງຮູ້ຈັກປັບຕົວໃຫ້ເຂົ້າກັບຄວາມຕ້ອງການຂອງຕະຫຼາດອີກດ້ວຍ.

   

STORY & PHOTOS BY Dr. LINDA S. MCINTOSH
ILLUSTRATION BY THEO

Leave a comment

Make sure you enter all the required information, indicated by an asterisk (*). HTML code is not allowed.

Follow us

You're intested